ກ່ຽວກັບແອັບນີ້
ທຸກສິ່ງທີ່ທ່ານຮັກກ່ຽວກັບ WhatsApp ບວກກັບເຄື່ອງມືທີ່ສ້າງຂຶ້���ໃນຕົວສຳລັບທຸລະກິດ
WhatsApp Business ເປັນແອັບທີ່ສາມາດດາວໂຫຼດໄດ້ຟຣີ ພ້ອມມີເຄື່ອງມືທີ່ສ້າງຂຶ້ນໃນຕົວ ເພື່ອຊ່ວຍໃຫ້ທ່ານເຮັດວຽກສະຫຼາດຂຶ້ນ, ສ້າງຄວາມເຊື່ອໃຈ ແລະ ເຮັດໃຫ້ທຸລະກິດຂອງທ່ານເຕີບໃຫຍ່ຂຶ້ນ.
ທ່ານຈະໄດ້ໂທຟຣີ* ແລະ ສົ່ງອອກຂໍ້ຄວາມໄປຕ່າງປະເທດຟຣີ* ພ້ອມກັບຄຸນສົມບັດທຸລະກິດ ເພື່ອຊ່ວຍໃຫ້ທ່ານໄດ້ຮັບຫຼາຍຂຶ້ນຈາກການສົນທະນາ.
ດາວໂຫຼດແອັບເພື່ອຮັບຜົນປະໂຫຍດທາງທຸລະກິດຕ່າງໆ ເຊັ່ນ:
ເຮັດວຽກໃຫ້ສະຫຼາດຂຶ້ນ. ປະຢັດເວລາໂດຍການປ່ອຍໃຫ້ແອັບເຮັດວຽກແທນທ່ານ! ສົ່ງການຕອບກັບອັດຕະໂນມັດແບບເລັ່ງດ່ວນ ແລະ ຂໍ້ຄວາມເວລາບໍ່ຢູ່ ເພື່ອໃຫ້ທ່ານບໍ່ພາດໂອກາດ. ໃຊ້ປ້າຍກຳກັບເພື່ອຈັດລະບຽບ, ກັ່ນກອງ ແລະ ຄົ້ນຫາການສົນທະນາທີ່ສຳຄັນຢ່າງວ່ອງໄວ. ສ້າງສະຖານະເພື່ອແບ່ງປັນຂໍ້ສະເໜີ ຫຼື ຂ່າວ ແລະ ຮັບຄຳສັ່ງຊື້ ແລະ ການຊຳລະເງິນ** ພາຍໃນເແອັບ ເພື່ອສ້າງປະສົບການທີ່ດີໃຫ້ກັບລູກຄ້າ.
ສ້າງຄວາມສຳພັນ ແລະ ຄວາມເຊື່ອໃຈ. ດ້ວຍໂປຣໄຟລ໌ທຸລະກິດທີ່ເປັນມືອາຊີບ ເທິງແພລັດຟອມທີ່ປອດໄພ, ທ່ານຈະສ້າງຄວາມໜ້າເຊື່ອຖື ແລະ ຄວາມເຊື່ອໃຈກັບລູກຄ້າ. ໃຊ້ແອັບເພື່ອໃຫ້ການຊ່ວຍເຫຼືອລູກຄ້າທີ່ຕອບໂຕ້ໄດ້ດີກວ່າ ແລະ ສ້າງຄວາມຈົງຮັກພັກດີໃນໄລຍະຍາວ. ສະໝັກສະມາຊິກ Meta Verified*** ເພື່ອເສີມສ້າງຄວາມເປັນຕົວຕົນຂອງທ່ານຄືນໃໝ່.
ຂາຍຫຼາຍຂຶ້ນ ແລະ ເຕີບໃຫຍ່. ຖືກຄົ້ນພົບ, ໂຄສະນາ ແລະ ສ້າງການເຊື່ອມຕໍ່ກັບລູກຄ້າທີ່ມີຄຸນຄ່າຫຼາຍຂຶ້ນ. ເພີ່ມຍອດຂາຍໂດຍການສົ່ງຂໍ້ສະເໜີຕາມເປົ້າໝາຍໄປໃຫ້ລູກຄ້າ; ສ້າງໂຄສະນາເພື່ອຄລິກໄປຫາ WhatsApp; ສະແດງແຄັດຕາລັອກສິນຄ້າຂອງທ່ານ ແລະ ໃຫ້ລູກຄ້າໄດ້ຮັບຄວາມສະດວກສະບາຍໃນການສັ່ງຊື້ ແລະ ການຊຳລະເງິນໃນແອັບ.**
FAQ
ຄຸນສົມບັດທັງໝົດແມ່ນຟຣີບໍ?
ແອັບນີ້ແມ່ນາມາດດາວໂຫຼດ ແລະ ໃຊ້ງານໄດ້ຟຣີ ໂດຍປະສົມກັນລະຫວ່າງຄຸນສົມບັດທີ່ຟຣີ ແລະ ເສຍເງິນ.
ຂ້ອຍຍັງສາມາດໃຊ້ WhatsApp ສ່ວນຕົວຂອງຂ້ອຍບໍ?
ແມ່ນແລ້ວ! ຕາບໃດທີ່ທ່ານມີໝາຍເລກໂທລະສັບສອງໝາຍເລກ, ບັນຊີທຸລະກິດ ແລະ ສ່ວນຕົວຂອງທ່ານ ແມ່ນສາມາດໃຊ້ຮ່ວມໃນອຸປະກອນດຽວກັນໄດ້.
ຂ້ອຍສາມາດໂອນຍ້າຍປະຫວັດການສົນທະນາຂອງຂ້ອຍໄດ້ບໍ?
ແມ່ນແລ້ວ. ເມື່ອທ່ານຕັ້ງຄ່າແອັບ WhatsApp Business, ທ່ານສາມາດກູ້ຄືນການສຳຮອງຂໍ້ມູນຈາກບັນຊີ WhatsApp ຂອງທ່ານ ເພື່ອ��ອນຍ້າຍຂໍ້ຄວາມ, ສື່ ແລະ ລາຍຊື່ຕິດຕໍ່ຂອງທ່ານ ໄປຫາບັນຊີທຸລະກິດຂອງທ່ານ.
ຂ້ອຍສາມາດເຊື່ອມຕໍ່ຈັກອຸປະກອນ?
ທ່ານສາມາດເຊື່ອມຕໍ່ອຸປະກອນເທິງເວັບ ຫຼື ໂທລະສັບມືຖືໄດ້ທັງໝົດຫ້າໜ່ວຍ ໃນບັນຊີຂອງທ່ານ (ສູງເຖິງ 10 ໜ່ວຍ ຖ້າທ່ານສະໝັກສະມາຊິກ Meta Verified***).
*ອາດມີຄ່າອິນເຕີເນັດ. ກະລຸນາຕິດຕໍ່ຜູ້ໃຫ້ບໍລິການຂອງທ່ານສຳລັບລາຍລະອຽດ.
**ບໍ່ພ້ອມໃຫ້ບໍລິການໃນທຸກຕະຫຼາດ
***ພ້ອມໃຫ້ບໍລິການທົ່ວໂລກໃນໄວໆນີ້
ອັບເດດແລ້ວເມື່ອ
6 ກ.ຍ. 2025