
Offers every month
ຄຳຖາມທີ່ຖາມເລື້ອຍໆ
ເມື່ອທ່ານສະໝັກໃຊ້ Play Pass, ທ່ານຈະໄດ້ຮັບຂໍ້ສະເໜີພິເສດສະເພາະໃນເກມຍອດນິຍົມທຸກໆເດືອນ ພ້ອມທັງແຄັດຕາລັອກເກມ ແລະ ແອັບທີ່ຫຼາຍກວ່າ 1,000 ລາຍການແຍກຕ່າງຫາກ. ໃນແຄັດຕາລັອກ, ລະບົບຈະເອົາໂຄສະນາທັງໝົດອອກ ແລະ ປົດລັອກການຊື້ໃນແອັບ ພ້ອມທັງປົດລັອກແອັບ ຫຼື ເກມຕ່າງໆແບບເສຍເງິນທັງໝົດ.
ແຄັດຕາລັອກຂອງພວກເຮົາມີເກມ ແລະ ແອັບກວ່າ 1,000 ລາຍການ. ຮວ���ເກມ ແລະ ແອັບແບບເສຍເງິນໄວ້ໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມເຕີມ. ສຳລັບເກມ ແລະ ແອັບທັງໝົດໃນແຄັດຕາລັອກ Play Pass, ລະບົບຈະເອົາໂຄສະນາອອກ ແລະ ປົດລັອກການຊື້ໃນແອັບທັງໝົດ. ຜູ້ສະໝັກໃຊ້ສາມາດຊອກຫາເກມ ແລະ ແອັບເຫຼົ່ານີ້ໄດ້ໃນພາກສ່ວນ Play Pass ຂອງແອັບ Play Store ຫຼື ຊອກຫາປ້າຍ Play Pass ຢູ່ແອັບ ຫຼື ເກມຕ່າງໆໃນ Google Play.
ຜູ້ສະໝັກໃຊ້ຈະໄດ້ຮັບຂໍ້ສະເໜີລາຍອາທິດໃນເກມຍອດນິຍົມທີ່ກຳນົດເຊິ່ງບໍ່ໄດ້ຢູ່ໃນແຄັດຕາລັອກຂອງ Play Pass. ຂໍ້ສະເໜີພິເສດສະເພາະເຫຼົ່ານີ້ສາມາດໃຊ້ເປັນສ່ວນຫຼຸດໃນເກມ ຫຼື ຂໍ້ສະເໜີສຳລັບໄອເທັມໃນເກມທີ່ສະເພາະເຈາະຈົງໄດ້. ຂໍ້ສະເໜີບໍ່ສາມາດໃຊ້ໄດ້ໃນລະຫວ່າງການທົດລອງໃຊ້ ຫຼື ສຳລັບເກມໃນແຄັດຕາລັອກ Play Pass. ໂດຍຈະຕ້ອງແລກສິດຂໍ້ສະເໜີຜ່ານວິທີການຈ່າຍເງິນຂອງ Google Play Billing.
ຫາກທ່ານມີເກມ ຫຼື ແອັບໃດກໍຕາມທີ່ຢູ່ໃນແຄັດຕາລັອກ Play Pass, ລະບົບຈະເອົາໂຄສະນາທັງໝົດອອກ ແລະ ປົດລັອກການຊື້ໃນແອັບທັງໝົດ.
ດ້ວຍຫ້ອງສະໝຸດຄອບຄົວ, ຜູ້ຈັດການຄອບຄົວສາມາດແບ່ງປັນສິດເຂົ້າເຖິງ Play Pass ກັບສະມາຊິກຄອບຄົວໄດ້ສູງສຸດ 5 ຄົນໂດຍບໍ່ມີຄ່າໃຊ້ຈ່າຍ. ສະມາຊິກຄອບຄົວຈຳເປັນຈະຕ້ອງເປີດນຳໃຊ້ Play Pass ໃນບັນຊີຂອງເຂົາເຈົ້າ. ຂໍ້ສະເໜີລາຍເດືອນ ແລະ ສິດທິປະໂຫຍດອື່ນໆມີໄວ້ສຳລັບຜູ້ຈັດການຄອບຄົວເທົ່ານັ້ນ.